ນະຄອນຫຼວງວຽງຈັນ ມອບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດປາງສົງຄາມ

 ໃນລະຫວ່າງວັນທີ 16-17 ພຶດສະພາ 2017 ຜ່ານມາ ການນຳນະຄອນຫຼວງວຽງຈັນ ແລະ ຜູ້ແທນຂັ້ນສູງແຂວງຮ່າຕິງ ໄດ້ເຂົ້າຮ່ວມພິທີມອບ-ຮັບອັດຖິທະຫານອາສາສະໝັກ ແລະ  ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ນະຄອນຫຼວງວຽງຈັນ ວາລະດັ່ງກ່າວ ປະກອບມີພິທີພົບປະ ພິທີວາງພວງມາລາ ແລະ ພິທີມອບ-ຮັບອັດຖິ ເຊິ່ງຈັດຂຶ້ນຢ່າງສົມກຽດທີ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ.
      ເຂົ້າຮ່ວມໃນພິທີພົບປະ ແລະ ວາງພວງມາລາເພື່ອຈາລຶກບຸນຄຸນ ແລະ ຄຸນງາມຄວາມດີຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດເພື່ອອຸທິດຕົນໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດຂອງປະຊາຊົນລາວ ມີສະຫາຍ ອານຸພາບ ຕຸນາລົມ ກຳມະການສູນກາງພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ຫົວໜ້າຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ ສະຫາຍ ດັງ ກວັກວິງ ຄະນະປະຈຳ ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຕິງ  ພັ.ອ ສີພອນ ຈັນສົມວົງ ຄະນະປະຈຳພັກນະຄອນຫຼວງວຽງຈັນ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມດ້ວຍນາຍ ແລະ ພົນທະຫານ ຮວມເຖິງພະນັກງານຂັ້ນສູງຂອງນະຄອນຫຼວງວຽງຈັນ ແລະ ແຂວງຮ່າຕິງ  ມີຫ້ອງການສະຖານທູດ ສສ ຫວຽດນາມ ປະຈຳລາວ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ສະຫະພັນນັກຮົບເກົ່ານະຄອນຫຼວງວຽງຈັນ ພະແນກແຮງງານ ແລະສະຫວັດດີການສັງຄົມ ຫົວໜ້າພະແນກການຕ່າງປະເທດ ແລະ ກອງບັນຊາການທະຫານເມືອງໄຊທານີ.
      ອີງໃສ່ສັນຍາຂອງສອງລັດຖະບານ ລາວ-ຫວຽດນາມ ກໍຄືບົດບັນທຶກຂອງຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ ກັບແຂວງຮ່າຕິງ ໃນປີ 2000 ໃນການຊອກຄົ້ນ ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ເວົ້າສະເພາະຢູ່ນະຄອນຫຼວງວຽງຈັນ ອີງໃສ່ແຜນການສະບັບເລກທີ 726/ກບຊ.ນວ ລົງວັນທີ 23 ເດືອນ 6 ປີ 2016 ໃນການຊອກຄົ້ນ ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ປະຈຳປີ 2016-2017 ໂດຍຜ່ານການສຳຫຼວດແຕ່ເດືອນ 6 ຫາເດືອນ 8 ປີ 2016 ແລະ ລົງມືຂຸດຄົ້ນແຕ່ເດືອນ 3 ຫາເດືອນ 5 ປີ 2017 ແມ່ນສຳເລັດ ສາມາດຂຸດຄົ້ນໄດ້ 1 ອັດຖິ ດັ່ງນັ້ນ ຄະນະປະຕິບັດງານພິເສດແຂວງຮ່າຕິງ ພ້ອມດ້ວຍຄະນະ ຈິ່ງໄດ້ເດີນທາງມານະຄອນຫຼວງວຽງຈັນ ເພື່ອພົບປະຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ ແລະ ຮັບ-ມອບອັດຖິດັ່ງກ່າວ.

 ໃນຮຸ່ງເຊົ້າຂອງວັນທີ 17 ພຶດສະພາ 2017 ຜ່ານມາ ກໍໄດ້ມີພິທີມອບ-ຮັບອັດຖິທະຫານ ອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມຢູ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງສະຫາຍ ດັງ ກວັກວິງ ຄະນະປະຈຳ ຮອງປະທານຄະນະກຳມະການ ປະຊາຊົນແຂວງຮ່າຕິງ ແລະ ພັ.ອ ສີພອນ ຈັນສົມວົງ ຄະນະປະຈຳພັກ ນະຄອນຫຼວງວຽງຈັນ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ມີນາຍ ແລະ ພົນທະຫານ ພ້ອມດ້ວຍພະນັກງານຂັ້ນສູງຂອງນະຄອນຫຼວງວຽງຈັນ ແລະ ແຂວງຮ່າຕິງ ລວມເຖິງກ້ອນກຳລັງຊາວໜຸ່ມ.

ແຫຼ່ງຂ່າວ

Comments